




ເອັສທີ-ເມືອງໄທ ປະກັນໄພ ຮັບລາງວັນໃຫຍ່ໃນກອງປະຊຸມສະຫຼຸບວຽກງານປະກັນໄພທົ່ວປະເທດ
ອີກໜຶ່ງກ້າວແຫ່ງຄວາມສຳເລັດ ເອັສທີ-ເມືອງໄທ ປະກັນໄພ ໄດ້ຮັບລາງວັນໃຫຍ່ໃນກອງປະຊຸມສະຫຼຸບວຽກງານປະກັນໄພທົ່ວປະເທດ
ໃນວັນທີ 13 ມີນາ 2026 ທີ່ຜ່ານມາ, ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ໄດ້ຮັບກຽດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປະກັນໄພ ແຫ່ງ ສປປ ລາວ ປະຈຳປີ 2025 ແລະ ທິດທາງແຜນການປີ 2026, ນອກຈາກຄວາມພາກພູມໃຈທີ່ໄດ້ຮັບລາງວັນ "ປະກັນຊີວິດອັນດັບ 1 ໃນລາວ" ແລ້ວ, ບຸກຄະລາກອນລະດັບຜູ້ບໍລິຫານຂອງພວກເຮົາ ກໍໄດ້ຮັບໃບຍ້ອງຍໍດີເດັ່ນອີກດ້ວຍ:
- ທ່ານ ດາວິດ ສັງວອນຣາດຊະຊັບ (ຮອງຜູ້ອຳນວຍການອາວຸໂສ) ໄດ້ຮັບໃບຍ້ອງຍໍ "ນັກວິທະຍາກອນດີເດັ່ນ“
- ທ່ານ ທະວັດໄຊ ຈັນທະດີ (ຮອງຜູ້ອຳນວຍການ) ໄດ້ຮັບໃບຍ້ອງຍໍ "ນັກວິທະຍາກອນດີເດັ່ນ“
ລາງວັນເຫຼົ່ານີ້ຄືສິ່ງຢືນຢັນເຖິງສັກກາຍະພາບ ແລະ ຄວາມເປັນມືອາຊີບຂອງທີມງານພວກເຮົາ ທີ່ພ້ອມຈະຖ່າຍທອດຄວາມຮູ້ ແລະ ມອບບໍລິການທີ່ດີທີ່ສຸດໃຫ້ແກ່ສັງຄົມ
