




ມອບອຸປະກອນການສືກສາ ອຸປະກອນກິລາ
ວັນທີ 14/02/2026 ທີ່ຜ່ານມາ ເນື່ອງໃນໂອກາດປີນີ້ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈຳກັດ ກ້າວເຂົ້າສູ່ປີທີ 9
ພວກເຮົາໄດ້ມີໂອກາດ ລົງຢ້ຽມຢາມ ມອບອຸປະກອນການສືກສາ ອຸປະກອນກິລາ ຖົງຜ້າ ແລະ ເຂົ້າຫນົມຕ່າງໆ ໃຫ້ແກ່ນ້ອງນັກຮຽນໂຮງຮຽນ ບ້ານດອນ, ເມືອງເຟືອງ ແຂວງວຽງຈັນ.
ນຳພາໃນການມອບໂດຍ ຮັກສາການຜູ້ອຳນວຍການໃຫຍ່ ທ່ານ ໄຊຊະນະ ພູນສະຫວັນ ພ້ອມດ້ວຍຄະນະ ແລະ ພະນັກງານ.
ເອັສທີ-ເມືອງໄທ ປະກັນໄພ ເລັງເຫັນຄວາມສຳຄັນຂອງການສືກສາ ແລະ ພັດທະນາ ອະນາຄົດຂອງຊາດ.
