messenger-facebook
image-serviceimage-service
ຂ່າວ & ກິດຈະກຳ

ຍິ້ມໂລດ ກັບທຸກ Life Style ໄດ້ທີ່ນີ້

ພິທີລົງນາມຍົກລະດັບຄວາມຮ່ວມມືທາງດ້ານການບໍລິການ ແລະ ການປິ່ນປົວຮັກສາ ລະຫວ່າງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ ກັບ ໂຮງໝໍກະເສມຣາດ ອິນເຕຣ໌ເນຊັນແນລ ວຽງຈັນ

ພິທີລົງນາມຍົກລະດັບຄວາມຮ່ວມມືທາງດ້ານການບໍລິການ ແລະ ການປິ່ນປົວຮັກສາ ລະຫວ່າງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ ກັບ ໂຮງໝໍກະເສມຣາດ ອິນເຕຣ໌ເນຊັນແນລ ວຽງຈັນ ໃນວັນທີ 08 ພຶດສະພາ 2025 ທີ່ ໂຮງໝໍກະເສມຣາດ ອິນເຕຣ໌ເນຊັນແນລ ວຽງຈັນ ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ວັດທະນາ ພາລີສີ ຜູ້ອຳນວຍການໃຫຍ່ ໂຮງໝໍກະເສມຣາດ ອິນເຕຣ໌ເນຊັນແນລ ວຽງຈັນ ແລະ ທ່ານ ໄຊຊະນະ ພູນສະຫວັນ ຮັກສາການ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັສທີ - ເມືອງໄທ ປະກັນໄພ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານລະດັບສູງຂອງທັງສອງຝ່າຍຮ່ວມເຊັນສັນຍາລົງນາມຍົກລະດັບຄວາມຮ່ວມມືທາງດ້ານການບໍລິການ ແລະ ການປິ່ນປົວຮັກສາ ໃນຄັ້ງນີ້.

 

ເຊິ່ງປະຈຸບັນລູກຄ້າຂອງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ ສາມາດໃຊ້ສິດປິ່ນປົວຮັກສາໃນຖານະຜູ້ປ່ວຍທີ່ນອນໃນໂຮງໝໍ (IPD) ຂອງໂຮງໝໍໃນ ສ ປ ປ ລາວ ແລະ ອີກຫຼາຍກວ່າ 353 ໃນປະເທດໄທ ໂດຍບໍ່ຕ້ອງຊໍາລະຄ່າໃຊ້ຈ່າຍລ່ວງໜ້າ (ວົງເງິນ) ຄຸ້ມຄອງຜ່ານບັດ ‘‘ST-MTI Health Card’’.

 

ກິດຈະກຳດັ່ງກ່າວເປັນພຽງສ່ວນໜຶ່ງຂອງການພັດທະນາ ແລະ ຍົກລະດັບສະຫວັດດີການທາງສຸຂະພາບໃຫ້ກັບປະຊາຊົນໃນ ສ ປ ປ ລາວ ເພື່ອຮອງຮັບຄວາມຕ້ອງການດ້ານການປິ່ນປົວຮັກສາທີ່ມີຫຼາຍຂຶ້ນໃນປະຈຸບັນ ເຊິ່ງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ ຢູ່ໃນລະຫວ່າງການສຶກສາຜະລິດຕະພັນໃໝ່ທາງດ້ານສຸຂະພາບທີ່ໃຫ້ຄວາມຄຸ້ມຄອງສູງຂຶ້ນຈາກປະຈຸບັນ.