messenger-facebook
image-serviceimage-service
ຂ່າວ & ກິດຈະກຳ

ຍິ້ມໂລດ ກັບທຸກ Life Style ໄດ້ທີ່ນີ້

ພິທີການລົງນາມເຊັນສັນຍາ ການຮ່ວມມືທາງດ້ານການບໍລິການປະກັນໄພ ລະຫວ່າງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ ແລະ ບໍລິສັດ ສະຫວັນ ປາຊີຟິກາ ດີວິີລົບເມັນ ຈໍາກັດ

ພິທີການລົງນາມເຊັນສັນຍາ ການຮ່ວມມືທາງດ້ານການບໍລິການປະກັນໄພ ລະຫວ່າງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ ແລະ ບໍລິສັດ ສະຫວັນ ປາຊີຟິກາ ດີວິີລົບເມັນ ຈໍາກັດ ຄັ້ງວັນທີ 24 ມີນາ 2025, ທີ່ຫ້ອງການ ທ່າບົກສະຫວັນນະເຂດ ແຂວງ ສະຫວັນນະເຂດ, ໃຫ້ກຽດຕາງໜ້າລົງນາມໃນສັນຍາຄັ້ງນີ້ໂດຍ ທ່ານ ຕີຊິເຊັງ ຜູ້ອຳນວຍການ ບໍລິສັດ ສະຫວັນ ປາຊີຟິກາ ດີວິີລົບເມັນ ຈໍາກັດ ແລະ ທ່ານ ໄຊຊະນະ ພູນສະຫວັນ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈໍາກັດ, ພ້ອມດ້ວຍຄະນະຜູ້ບໍລິຫານຂອງທັງສອງຝ່າຍ.

 

ໂດຍການຮ່ວມມືຄັ້ງນີ້ມີເປົ້າໝາຍເພື່ອການບໍລິການດ້ານປະກັນໄພ ໃຫ້ຄວບຄຸມທຸກຄວາມສ່ຽງໃນພາກອຸດສະຫະກຳ, ການເສີມສ້າງຄວາມໝັ້ນຄົງໃຫ້ກັບຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຊ່ວຍໃຫ້ຜູ້ປະກອບການມີຄວາມຄຸ້ມຄອງທີ່ເໝາະສົມ ຫຼຸດຜົນກະທົບຈາກເຫດການທີ່ບໍ່ຄາດຫວັງ ແລະ ສ້າງຄວາມໝັ້ນໃຈ ໃນການດຳເນີນທຸລະກິດ.