




ພິທີລົງນາມເຊັນສັນຍາ ຄວາມຮ່ວມມື (Bancassurance Agreement) ລະຫວ່າງ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ແລະ ບໍລິສັດ ເອັສທີ - ເມືອງໄທ ປະກັນໄພ ຈໍາກັດ
ພິທີລົງນາມເຊັນສັນຍາ ຄວາມຮ່ວມມື (Bancassurance Agreement) ລະຫວ່າງ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ແລະ ບໍລິສັດ ເອັສທີ - ເມືອງໄທ ປະກັນໄພ ຈໍາກັດ ຄັ້ງວັນທີ 25 ທັນວາ 2024. ໃຫ້ກຽດຕາງໜ້າລົງນາມໃນສັນຍາຄັ້ງນີ້ໂດຍ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອໍານວຍການໃຫຍ່ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ແລະ ທ່ານ ໄຊຊະນະ ພູນສະຫວັນ ຮັກສາການ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັສທີ - ເມືອງໄທ ປະກັນໄພ ຈໍາກັດ, ພ້ອມດ້ວຍຄະນະຜູ້ບໍລິຫານລະດັບສູງຂອງທັງສອງຝ່າຍ
ໂດຍຄວາມຮ່ວມມືໃນຄັ້ງນີ້ມີຈຸດປະສົງເພື່ອສ້າງຄວາມຄຸ້ມຄອງ ແລະ ຄວາມໝັ້ນຄົງໃຫ້ກັບທຸກກຸ່ມລູກຄ້າຂອງ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ຜ່ານຜະລິດຕະພັນ ແລະ ບໍລິການດ້ານປະກັນໄພຊີວິດ, ປະກັນໄພຊັບສິນ ແລະ ປະກັນໄພສຸຂະພາບເໝົາຈ່າຍ ທີ່ສອດຄ້ອງກັບການປິ່ນປົວຮັກສາແບບທັນສະໄໝ ແລະ ສາມາດຕອບໂຈດຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃນ ສປປ ລາວ
ດ້ວຍຄວາມໄວ້ວາງໃຈຈາກປະຊາຊົນໃນ ສປປ ລາວ ຕະຫຼອດ 7 ປີທີ່ຜ່ານມາ ພ້ອມສັດສ່ວນທາງການຕະຫຼາດ 63% ບໍລິສັດ ເອັສທີ - ເມືອງໄທ ປະກັນໄພ ເຊື່ອເປັນຢ່າງຍິ່ງວ່າຈະສາມາດເບິ່ງແຍງ ແລະ ບໍລິການລູກຄ້າຂອງ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ໄດ້ເປັນຢ່າງດີ ຜ່ານການຮ່ວມມືກັນໃນ 100 ກ່ວາສາຂາ ແລະ ໜ່ວຍບໍລິການ ທົ່ວປະເທດ
